ທີ່ຕັ້ງ

ທີຕັ້ງ

ແຂວງບໍລິຄຳໄຊ ເປັນແຂວງທີ່ມີທີ່ຕັ້ງຢູ່ພາກກາງຂອງປະເທດມີເນື້ອທີ່:

ທາງ​ທິດ​ເໜືອ​ຕິດ​ກັບ​ນະຄອນຫຼວງ​ວຽງຈັນ​ແລະ​ແຂວງ​ວຽງຈັນ198,64 ກມ.
ທິດ​ໄຕ້​ຕິດ​ກັບ​ແຂວງ​ຄຳ​ມ່ວນ184,87ກມ.
ທິດຕາເວັນອອກສຽງເໜືອຕິດກັບແຂວງຊຽງຂວາງ141,76ກມ.
ທິດຕາເວັນອອກຕິດກັບແຂວງເຫງະອານສສຫວຽດນາມ215,82ກມ.
ທິດຕາເວັນຕົກຕິດກັບຈັງວັດ(ແຂວງ)ບືງການ, ໜອງຄາຍແລະນະຄອນພະນົມ192,62 ກມ.

ຄວາມໜາແໜ້ນປະຊາກອນ

ເປັນການວັດປະລິມານປະຊາກອນໃນໜ່ວຍພື້ນທີ່ໜຶ່ງໆ ໂດຍຂື້ນຢູ່ກັບກຸ່ມຕົວຢ່າງທີ່ເລືອກນຳມາສຳລວດເຊັ່ນ: ຄວາມໜາແໜ້ນຂອງປະຊາກອນໃນປະເທດ ຫຼືຄວາມໜາແໜ້ນປະຊາກອນ ໃນເຂດທີ່ຢູ່ອາໄສ ແລະ ໃນບາງຄັ້ງຈະເປັນການຍາກໃນການວັດທີ່ໄດ້ຄ່າຄວາມໜາແໜ້ນທີ່ແນ່ນອນ ໜ່ວຍທີ່ໃຊ້ໃນການວັດຄວາມໜາແໜ້ນ ໄດ້ແກ່: ຈຳນວນປະຊາກອນຕໍ່ຕາຕະລາງກິໂລແມັດ ຫຼື ຈຳນວນບ້ານຕໍ່ພື້ນທີ່ຕາ ລາງກິໂລແມັດ ຫຼື ໃນບາງກໍລະນີ ຈະໃຊ້ເປັນຈຳນວນປະຊາກອນຕໍ່ໜ່ວຍຄວາມຍາວ.

ໃນປີ 2015 ທົ່ວ​ແຂວງ​ມີ​ຈຳນວນ 322 ບ້ານ ມີ​ຈຳນວນ  46.742  ຄອບຄົວ, ມີ​ຈຳນວນ  ພົນລະເມືອງ

ທັງໝົດ 277.316ຄົນ ຍິງ 138.419ຄົນ​ໃນ​ນັ້ນ​ແຕ່ລະ​ເມືອງ​ປະກອບ​ມີ​ຈຳນວນ​ບ້ານ​ດັ່ງ​ນີ້:

1. 
​​ເມືອງ​ປາກ​ຊັນມີ 55 ບ້ານ,          ມີ 8,816 ຄອບຄົວ

2. 
​ເມືອງ​ທ່າ​ພະ​ບາດມີ 26 ບ້ານ,       ມີ 5,008 ຄອບຄົວ

3. 
​ເມືອງ​ບໍລິ​ຄັນມີ 45 ບ້ານ,           ມີ 7,555 ຄອບຄົວ

4. 
​ເມືອງ​ປາກ​ກະດິງມີ 48 ບ້ານ,       ມີ 9,239 ຄອບຄົວ

5. 
​ເມືອງ​ຄຳ​ເກີດມີ 63ບ້ານ,           ມີ 10,368 ຄອບຄົວ

6. 
​ເມືອງ​ວຽງ​ທອງມີ 41 ບ້ານ,         ມີ 4,067 ຄອບຄົວ

7. 
​ເມືອງ​ໄຊ​ຈຳ​ພອນມີ 18 ບ້ານ,       ມີ 1,689 ຄອບຄົວ


--------------------------------------------------------------------------------------------------------------------------------------------------

ไม่มีความคิดเห็น:

แสดงความคิดเห็น